ກະຕ່າສິນຄ້າຂອງຂ້ອຍ

ໜ້າຫຼັກ ຂ່າວ ຮ້ານ ນາຣີ ຮ່ວມເດີນແບບເປີດໂຕ Showroom ໃໝ່ຂອງຍີ່ຫໍ້ລົດ Jaguar

* ວາງມາວສເທິງຮູບແລ້ວເລື່ອນລົງເພື່ອເບິ່ງຮູບອື່ນໆ

22/06/2016

ຮ້ານ ນາຣີ ຮ່ວມເດີນແບບເປີດໂຕ Showroom ໃໝ່ຂອງຍີ່ຫໍ້ລົດ Jaguar

ຮ້ານ ນາຣີ ຮ່ວມເດີນແບບເປີດໂຕ Showroom ໃໝ່ຂອງຍີ່ຫໍ້ລົດ Jaguar ໃນງານ The Art of JAGUAR Fashion Show ໂດຍນຳເອົາກະເປົາຜ້າໄໝປັກດິ້ງລຸ້ນພິເສດໄປໂຊ, ໂດຍເປັນ ກະເປົາ handmade ທັງໝົດໜ່ວຍພ້ອມດ້ວຍການປັກດິ້້ງທີ່ລະອຽດປານີດ. ຜ້າທີ່ນຳໃຊ້ປະກອບກະເປົາ ພ້ອມທັງຜ້າຊັບໃນ ເປັນຜ້າໄໝຫຼາບ, ທາງດ້ານຫຼັງ ແລະ ດ້ານຂ້າງກະເປົາເປັນຜ້າຕໍ່າລາຍຂໍກຸນແຈ ເຊິ່ງເປັນເອກະລັກລາຍລາວ. ເສັ້ນດິ້ງແມ່ນນຳໃຊ້ດິ້ງຝຣັ່ງເກຣດດີ ແລະ ຂອບກະເປົາກໍ່ເປັນເມັດແກ້ວ. ທັງໝົດປັກໃສ່ຜ້າເທືອ່ລະເສັ້ນເທື່ອລະເມັດດ້ວຍສີມືຂອງຄົນລາວ.