ກະຕ່າສິນຄ້າຂອງຂ້ອຍ

ໜ້າຫຼັກ ປະຫວັດນາຣີ
ປະຫວັດຄວາມເປັນມາຂອງຍີ່ຫໍ້ກະເປົາ “ ນາຣີ ”

ນາຣີ ເປັນຄຳສັບລາວເດີມ ມາຈາກພື້ນຖານພາສາບາຣີສັນສະກິດ, ເຊິ່ງມີຄວາມໝາຍເຖິງ “ແມ່ຍິງ” ຫຼື ເທບທິດາ. ຍີ່ຫໍ້ ນາຣີ ຕ້ອງການສື່ເຖິງແມ່ຍິງຍຸກໃໝ່ທີ່ເຫັນເຖິງຄຸນຄ່າຂອງວັດທະນະທຳຄຽງຄູ່ໄປກັບການພັດທະນາຂອງສັງຄົມ.

“ ນາຣີ ກະເປົາລາວປະຍຸກ " (NAREE Handbags) ໄດ້ຮັບຊະນະເລີດການປະກວດ ແຜນທຸລະກິດໄວໜຸ່ມດີເດັ່ນ ປະຈຳປີ 2013 ຈາກການເຂົ້າຮ່ວມປະກວດໃນໂຄງການ STEPS Young Entrepreneur Marketplace Competition ຈັດໂດຍທະນາຄານໂລກປະຈຳ ສປປ ລາວ ໃນທ້າຍປີ 2013. ໂດຍຖືກຄັດເລືອກຈາກທັງໝົດ 97 ໂຄງ ການທີ່ສົ່ງເຂົ້າປະກວດໂດຍນັກທຸລະກິດໜຸ່ມທີ່ມີອາຍຸຕໍ່າກວ່າ 30ປີ ທົ່ວປະເທດ. ຫຼັງຈາກນັ້ນເປັນຕົົ້ນມາ, ກະເປົາຍີ່ຫໍ້ ນາຣີ ກໍ່ໄດ້ເລີ່ມປະກົດໃຫ້ເຫັນໃນສາຍຕາສັງຄົມ ແລະ ເປີດຮ້ານທຳອິດທີ່ ນະຄອນຫຼວງວຽງຈັນໃນຕົ້ນປີ 2015.

ວັດຖຸດິບຕົ້ນຕໍຂອງການຜະລິດແມ່ນຜ້າໄໝ, ຜ້າຝ້າຍ ແລະ ຜ້າລາຍລາວເຊິ່ງເປັນທີ່ຮູ້ຈັກກັນດີໃນຄວາມງາມ ອັນປານີດ, ເປັນການອານຸຫຼັກວັດທະນະທຳ ແລະ ສົ່ງເສີມການຕໍ່າຜ້າດ້ວຍມື. ຜ້າແພຂອງກະເປົາ ນາຣີ 70% ແມ່ນມາຈາກການຕໍ່າຫູກທໍໄໝຈາກສີມືແຮງງານຂອງກຸ່ມແມ່ຍິງໃນຂົງເຂດຊົນນະບົດຂອງ ແຂວງວຽງຈັນ.


ເພື່ອເປັນການຕອບສະໜອງໃຫ້ເຂົ້າກັບຍຸກສະໄໝ ແລະ ສັງຄົມໃນປັດຈຸບັນ, ພວກເຮົາຈຶ່ງນຳເອົາຜ້າດັ່ງກ່າວ ມາປະຍຸກໃຫ້ ເປັນກະເປົາທີ່ມີຄວາມໂດດເດັ່ນສາມາດຊົມໃຊ້ອອກງານສັງສັນ. ໃນໄລຍະຕໍ່ມາກໍ່ມີການນຳເອົາໜັງ ແລະ ຜ້າແພຊະນິດ ຕ່າງໆມານຳໃຊ້ປະສົມກັບຜ້າລາວເພື່ອຄວາມທົນທານ ແລະ ໃຫ້ສາມາດ ນຳໃຊ້ໄດ້ໃນຫຼາຍໂອກາດ.

ການປະສົມປະສານວັດທະນະທຳ ແລະ ຄວາມທັນສະໄໝເຂົ້າຫາກັນໄດ້ຢ່າງລົງໂຕ, ການນຳເອົາຄວາມຫຼົງໄຫຼໃນສິນລະປະຍຸກເກົ່າໃຫ້ເຂົ້າໃນວົງການ fashion ຍຸກໃໝ່, ແມ່ນເອກະຫຼັກ ແລະ ສະເໜ່ທີ່ບົ່ງບອກເຖິງຕົວຕົນຂອງຍີ່ຫໍ້ ນາຣີ.