ກະຕ່າສິນຄ້າຂອງຂ້ອຍ

ໜ້າຫຼັກ ນະໂຍບາຍການສັ່ງຊື້ສິນຄ້າ

ນະໂຍບາຍການສັ່ງຊື້ສິນຄ້າຜ່ານເວັບໄຊ໌ຂອງຮ້ານ ນາຣີ ກະເປົາລາວປະຍຸກ

  1. ການຂົນສົ່ງ:
    1.1 ການຂົນສົ່ງສິນຄ້າຈະນໍາໃຊ້ເວລາ 3 - 40 ວັນ ອີງຕາມແຕ່ລະຂົງເຂດ.
  2. ການລົບລ້າງສິນຄ້າ:
    2.1 ຫຼັງຈາກສັ່ງຊື້ສິນຄ້າແລ້ວ, ລູກຄ້າມີສິດລົບລ້າງການສັ່ງຊື້ພາຍໃນເວລາ 72 ຊົ່ວໂມງ ( 3 ວັນ ) ຫຼັງຈາກກົດປຸ່ມສັ່ງຈ່າຍ ໂດຍການສົ່ງຂໍ້ຄວາມການລົບລ້າງຫາທີມງານນາຣີ Email: naree.laos@gmail.com
    2.2 ກໍລະນີທີ່ມີການລົບລ້າງການສັ່ງຊື້ສິນຄ້າເກີດຂຶ້ນພາຍໃນເວລາ 24 ຊົ່ວໂມງ, ຈະບໍ່ມີການເກັບຄ່າທໍານຽມ.
    2.3 ກໍລະນີທີ່ມີການລົບລ້າງການສັ່ງຊື້ສິນຄ້າເກີດຂຶ້ນພາຍໃນເວລາ 24 - 72 ຊົ່ວໂມງ ຜູ້ສັ່ງຊື້ຈະຖືກປັບໄໝເປັນມູນຄ່າ 10% ຈາກລາຄາໃນໃບບິນ.
    2.4 ລະບົບການສັ່ງຊື້ຈະສາມາດຮັບໄດ້ສະເພາະບັດເຄຣດິດ ແລະ ບັດເດບິດ ຂອງບັນດາ ປະເທດທີ່ຖືກກໍານົດໃນລາຍການ Shipping ທີ່ທາງຮ້ານກໍານົດໄວ້ເທົ່ານັ້ນ.
  3. ຄວາມຮັບຜິດຊອບຕໍ່ສິນຄ້າ:
    3.1 ກໍລະນີທີ່ສິນຄ້າເກີດເສຍຫາຍກ່ອນ ຫຼື ໃນລະຫວ່າງການຂົນສົ່ງ (ຕົ້ນທາງ) ທາງເຮົາຈະຮັບຜິດຊອບທົດແທນສິນຄ້າຄືນໃຫ້.
    3.2 ກໍລະນີທີ່ສິນຄ້າເກີດເສຍຫາຍຫຼັງຈາກທີ່ລູກຄ້າໄດ້ຮັບສິນຄ້າ ແລະ ຖືກນໍາໃຊ້ແລ້ວ, ແມ່ນຈະເປັນຄວາມຮັບຜິດຊອບຂອງທາງລູກຄ້າເອງ, ທາງຮ້ານຈະບໍ່ຮັບຜິດຊອບໃດໆທັງໝົດ.
    3.3 ກໍລະນີທີ່ມີການເສຍຫາຍຂອງສິນຄ້າເກີດຂຶ້ນ, ລູກຄ້າສາມາດສົ່ງຂໍ້ມູນ ແລະ ລາຍລະອຽດເພື່ອປຶກສາກັບທີມງານທີ່ Email: naree.laos@gmail.com.