ກະຕ່າສິນຄ້າຂອງຂ້ອຍ

ໜ້າຫຼັກ ຂ່າວ ຮ້ານ ນາຣີ ຮ່ວມເດີນແບບງານ LAONOW ທີ່ເມືອງ New York-USA

* ວາງມາວສເທິງຮູບແລ້ວເລື່ອນລົງເພື່ອເບິ່ງຮູບອື່ນໆ

15/10/2016

ຮ້ານ ນາຣີ ຮ່ວມເດີນແບບງານ LAONOW ທີ່ເມືອງ New York-USA

·         ໃນວັນທີ 15/10/2016 ກິດຈະກຳ LAONOW ທີ່ເມືອງ New York - USA, ເຊິ່ງຖືກຈັດຂຶ້ນເພື່ອລະດົມທຶນສືບຕໍ່ຊ່ວຍເຫຼືອການເກັບກູ້ລະເບີດໃນ ສປປ ລາວ ໃຫ້ໜ້ອຍລົງ ແລະ ໃຫ້ໝົດໄວເທົ່າທີ່ຈະໄວໄດ້ ເພາະຕັ້ງແຕ່ປີ 1964 ມາ ເງິນຫຼາຍຕື້ໂດລ້າກໍ່ຍັງບໍ່ສາມາດຊ່ວຍໄດ້ໝົດ.

ພວກເຮົາ ແບຣນ໌ກະເປົາ NAREE ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ໄປປະກອບສ່ວນ ເປັນສ່ວນນ້ອຍໆໃນງານຄັ້ງນີ້. ພ້ອມນີ້ຍັງຈະມີການປະມູນສິນຄ້າຜ່ານເວບໄຊ໌ຂອງງານ ແລະ 100% ຂອງເງິນທີ່ໄດ້ຮັບຈາກການປະມູນແຕ່ລະຮ້ານ ແມ່ນເຂົ້າອົງການ Legacies of War ທັງໝົດ.