ກະຕ່າສິນຄ້າຂອງຂ້ອຍ

ໜ້າຫຼັກ ຂ່າວ ມອບແຫວນເພັດໃຫ້ຜູ້ໂຊກດີຈາກລູກຄ້າທີ່ຊື້ "ກະເປົາ ນາຣີ" ມູນຄ່າ 1,000,000 ກີບຂຶ້ນໄປນັບຕັ້ງແຕ່ວັນທີ 08/11/2016 - 23/12/2016

* ວາງມາວສເທິງຮູບແລ້ວເລື່ອນລົງເພື່ອເບິ່ງຮູບອື່ນໆ

28/12/2016

ມອບແຫວນເພັດໃຫ້ຜູ້ໂຊກດີຈາກລູກຄ້າທີ່ຊື້ "ກະເປົາ ນາຣີ" ມູນຄ່າ 1,000,000 ກີບຂຶ້ນໄປນັບຕັ້ງແຕ່ວັນທີ 08/11/2016 - 23/12/2016

ພວກເຮົາທີມງານ NAREE ແລະ ຮ້ານຄໍາ ສີຫອມ ມີສຸກ (SMJ) ຂໍສະແດງຄວາມດີໃຈກັບຜູ້ໂຊກດີ ທ່ານ ສຸລິສັກ ຫຼ່ຽມພະຈັນ, ບັດສະມາຊິກເລກທີ M076 (ເລກບິນທີ 1086) ທີ່ໄດ້ຮັບແຫວນເພັດສັງເຄາະ ເກຣດ ພຣີມ້ຽມ (ວົງເປັນຄຳຂາວແທ້ 18K, ເມັດຍອດ 1 ກະຣັດ, ເມັດບ່າ 0,4 ກະຣັດ) ຈາກຮ້ານຄຳ ສີຫອມມີສຸກ ມູນຄ່າ 5,990,000 ກີບ ສຳລັບການຈົກສະຫຼາກລຸ້ນຮັບຜູ້ໂຊກດີຈາກລູກຄ້າທີ່ຊື້ "ກະເປົາ ນາຣີ" ມູນຄ່າ 1,000,000 ກີບຂຶ້ນໄປນັບຕັ້ງແຕ່ວັນທີ 08/11 - 23/12/2016 ຈາກການຈັບສະຫຼາກຄັ້ງທຳອິດບໍ່ໄດ້ມາຮັບເອົາກາຍເວລາ 3 ມື້ ພວກເຮົາຈຶ່ງໄດ້ຈົກສະຫຼາກໃໝ່ ເປັນທ່ານ ສຸລະສັກ.
ຂໍສະແດງຄວາມຍິນດີອີກຄັ້ງໜຶ່ງເດີ້! ພວກເຮົາຍັງຈະມີໂປຣໂມຊັ້ນດີດີອີກເລື້ອຍໆ

ລາຍລະອຽດແຫວນ ຂອງຜູ້ໂຊກດີ :
ແຫວນເພັດສັງເຄາະ CZ ແທ້ເກຣດພີມ້ຽມທີ່ໄດ້ນໍາເຂົ້າຈາກຕ່າງປະເທດ. CZ ທີ່ພວກເຮົາໃຊ້ແມ່ນໄດ້ຮັບການເຈຍລະໄນແບບ Ideal Cut ( Heart and Arrow ) ຊື່ງເປັນຮູບແບບດຽວກັນກັບການເຈຍລະໄນເພັດແທ້ ສະນັ້ນເຄື່ອງປະດັບຂອງເຮົາຈື່ງມີຄວາມງາມ ເຫລື້ອມແວວວາວປຽບດັ່ງເພັດແທ້ທີ່ສຸດ. ໂດຍມີການອອກແບບເປັນເອກະລັກເຂົ້າກັບຍຸກສະໄໝ.

ແຫວນເພັດສັງເຄາະ CZ ແທ້ ເກຣດພີມ້ຽມ
ມູນຄ່າ: 24.900 ບາດ
ນໍ້າໜັກຄໍາຂາວ 18K: 3.5 g
ເພັດ CZ ເມັດຍອດ ~ 1.0 ກະລັດ
ເມັດບ່າ ~ 0.40 ກະລັດ.